top of page

ສະພາບອາກາດແຂວງໄຊຍະບູລີ ຍັງສືບຕໍ່ແຫ້ງແລ້ງ ແລະ ຮ້ອນຂື້ນ

  • Writer: Khamla Insounanh
    Khamla Insounanh
  • Jul 14, 2019
  • 1 min read

www.fao.org/in-action/samis/en

ອີງຕາມຖະແຫຼງການຂອງອົງການອາຫານ ແລະ ກະສິກຳ ພາຍໃຕ້ອົງການສະຫະປະຊາຊາດ ໃນແຜນງານການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ໃຫ້ຮູວ່າ: ຄາດຄະເນອຸນຫະພູມ ປະຈຳເດືອນ ກໍລະກົດ ຫາ ເດືອນກັນຍາ ຂອງແຂວງໄຊຍະບູລີ ທຽບໃສ່ໄລຍະດຽວກັນປີຜ່ານມາ ຄາດວ່າອຸນຫະພູມຈະສູງກວ່າ ເຖີງ 70% ຫຼື 0.5 ອົງສາ. ອຸນຫະພູມແບບນີ້ຈະສືບຕໍ່ຮອດເດືອນ ຕຸລາ ຫາ ເດືອນ ທັນວາ.

ສຳລັບປະລິມານນ້ຳຝົນ ແຕ່ເດືອນ ກໍລະກົດ ຫາເດືອນ ກັນຍາ ແມ່ນຈະຫຼຸດລົງກວ່າໄລຍະດຽວກັນຂອງປີຜ່ານມາ ເຖີງ 41% ຫຼື 33 ມມ. ເດືອນ ຕຸລາ ຫາເດືອນ ທັນວາ ຝົນຈະກັບມາຕັກເປັນປົກກະຕິ.

ສືບເນື່ອງຈາກປັດໃຈທີ່ກ່າວມາຂ້າງເທີງນັ້ນ ມັນຈະສົ່ງຜົນກະທົບຕໍ່ການປູກເຂົ້າ ເຊັ່ນ: 1) ເຮັດໃຫ້ຜົນຜະລິດເຂົ້ານາປີຫຼຸດລົງ ເນື່ອງຈາກອຸນຫະພູມທີ່ສູງຂື້ນ ແລະ ການຂາດແຄນນ້ຳໃນລະດູເນັດນາ, 2) ຮຽກຮ້ອງໃຫ້ມີມາດຕະການເກັບກັກນ້ຳໄວ້ໃຊ້, 3) ມີຄວາມສ່ຽງຕໍ່ການລະບາດຂອງສັດຕູພືດ ເຊັ່ນ: ເພ້ຍຈັກກະຈັ່ນ, ເພ້ຍກະໂດດ ແລະ ເພ້ຍໄຟ.

 
 
 

Comments


bottom of page