top of page

ກ່ຽວກັບພວກເຮົາ

 

ອີໂຄວໍເດີ ແມ່ນເວບໄຊທ໌ທີ່ຖຶກສ້າງຂື້ນມາພາຍໃຕ້ ຂະແໜງຊັບພະຍາກອນນ້ຳ ແລະອຸຕຸນິຍົມ ທີ່ຂື້ນກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ແຂວງໄຊຍະບູລີ. ຊື່ງມີຈຸດປະສົງເພື່ອເປັນເຄື່ອງມືໃນການສື່ສານ ແລະ ສ້າງຄວາມເຂົ້າໃຈໃຫ້ກັບສັງຄົມຕໍ່ກັບວຽກງານຄຸ້ມຄອງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ຊື່ງປະກອບມີ 4 ໜ້າວຽກຫຼັກ ຄື: ວຽກງານວາງແຜນແລະຄຸ້ມຄອງອ່າງຮັບນ້ຳ, ວຽກງານຄຸ້ມຄອງການນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳ, ວຽກງານອຸທົກກະສາດແລະ ວຽກງານອຸຕຸນິຍົມ. ຊື່ງໄດ້ດຳເນີນການຕາມແຜນຄຸ້ມຄອງຊັບພະຍາກອນນ້ຳແຫ່ງຊາດ, ແນວທາງນະໂຍບາຍຂອງແຂວງ, ຍຸດທະສາດການຄຸ້ມຄອງອ່າງຮັບນ້ຳ ຂອງແຂວງ (2016-2025). ແຜນງານດັ່ງກ່າວມີເປົ້າໝາຍເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ເປັນມິດກັບສີ່ງແວດລ້ອມ ເພື່ອໃຫ້ໝັ້ນໃຈວ່າແມ່ນ້ຳທຸກສາຍພາຍໃນແຂວງ ສາມາດຕອບສະໜອງການລົງຊີວິດຂອງປະຊາຊົນ ໄດ້ທັງປະລິມານ ແລະ ຄຸນນະພາບ ກໍ່ຄືການພັດທະນາເສດຖະກິດສັງຄົມ

 

About Us

ecoWATER is a website under section of Water Resources and Meteorology which belonging by Provincial Office of Natural Resources and Environment (PONRE), Xayaboury province. ecoWATER website is aim to be a tool to communicate and making understand for public on water resources management and disseminate weather forecasting. The program includes four main tasks such as Watershed Management, Water usage management, Hydrology and Meteorology which it is implemented following National Water Resource Management Plan, local government plan, Integrated River Basin Management strategy (2016-2025). This program aims to promote sustainable development and be environmentally sound to make sure all rivers in province can support people well-being both quality and quantity as well as socioeconomic development. 

bottom of page