top of page

ໂອກາດ ແລະ ສີ່ງທ້າທາຍ ໃນການຄຸ້ມຄອງຊັບພະຍາກອນນ້ຳ ແຂວງໄຊຍະບູລີ

  • Writer: Khamla Insounanh
    Khamla Insounanh
  • Dec 12, 2019
  • 2 min read

ນ້ຳຮຸ່ງ

ປະມານ 71 ເປີເຊັນຂອງໜ້າໂລກປົກຄຸ້ມດ້ວຍນ້ຳ ຊື່ງທະເລ ແລະ ມະຫາສະໝຸດໄດ້ກວມເອົາ 96.5 ເປີເຊັນຂອງນ້ຳທີ່ມີໃນໂລກ. ນ້ຳ ມີຢູ່ເທີງອາກາດ, ສາຍນ້ຳ ແລະ ທະເລສາບ, ນ້ຳແຂງຂົ້ວໂລກ, ພື້ນດີນ, ແລະ ໃຕ້ຊັ້ນຫີນ ແມກະທັງໃນຮ່າງກາຍຂອງມະນຸດ ແລະ ສັດສາວາສີ່ງຕ່າງໆ. ນ້ຳມີການ ເຄື່ອນໄຫວຢູ່ຕະຫຼອດເວລາ ຊື່ງເອີ້ນວ່າວົງຈອນຂອງນ້ຳ, ຊື່ງນ້ຳຈະເຄື່ອນທີ່ຈາກຈຸດໜື່ງໄປອິກຈຸດອື່ນ ຈາກຮູບແບບໜື່ງສູ່ຮູບແບບອື່ນ.

ສ ປປ ລາວ ເປັນປະເທດທີ່ອຸດົມໄປດ້ວຍຊັບພະຍາກອນນ້ຳ ຊື່ງມີປະລິມານນ້ຳຝົນສະເລ່ຍຕໍ່ປີຫຼາຍກວ່າ 1,900 ມມ ຫຼື 462 ກມ3, ໃນນີ້ນ້ຳໜ້າດິນ 80 ເປີເຊັນ ແມ່ນຢູ່ໃນລະດູຝົນ ແລະ ອິກ 20 ເປີເຊັນ ແມ່ນຢູ່ໃນລະດູແລ້ງ. ປະລິມານ້ຳໃນແມ່ນ້ຳຂອງ ປະມານ 35 ເປີເຊັນ ແມ່ນໄຫຼອອກຈາກ ສປປ ລາວ. ແມ່ນ້ຳຂອງໄຫຼຜ່ານ ສປປ ລາວ ປະມານ 1,898 ກິໂລແມັດ ໃນ 14 ສາຂາ, ປະລິມານນ້ຳໄຫຼຜ່ານສະເລ່ຍແຕ່ລະປີປະມານ 8,500 ແມັດກ້ອນຕໍ່ວິນາທີ. ນ້ຳໃຕ້ດິນເປັນແຫຼ່ງນ້ຳດື່ມ ແລະ ນ້ຳໃຊ້ ທີ່ສຳຄັນຫຼາຍສຳລັບປະຊາຊົນໃນເຂດຊົນນະບົດ.

ຄວາມອຸດົມສົມບູນທາງດ້ານຊັບພະຍາກອນນ້ຳ ແລະ ສະພາບພູມມີປະເທດຂອງ ສປປ ລາວ ແມ່ນປັດໃຈອັນໜື່ງ ຊື່ງເປັນທ່າແຮງປະກອບສ່ວນສຳຄັນຕໍ່ການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດເຊັ່ນ: ຊົນລະປະທານ, ການສະໜອງນ້ຳໃນຕົວເມືອງ ແລະ ຊົນນະບົດ, ການປະມົງ, ການທ່ອງທ່ຽວ, ບໍ່ແຮ່, ອຸດສາຫະກຳ, ການຂົນສົ່ງ, ແລະ ອື່ນໆ. ປະຈຸບັນການນຳໃຊ້ນ້ຳສ່ວນຫຼາຍແມ່ນຢູ່ໃນຂະແໜງກະສິກຳ ເຊັ່ນ: ຊົນລະປະທານ, ການປະມົງ, ປູກຝັງ ແລະ ລ້ຽງສັດ. ການນຳໃຊ້ນ້ຳເຂົ້າໃນການຜະລິດພະລັງງານໄຟຟ້າມີທ່າອ່ຽງເພີ່ມຂື້ນຢ່າງຕໍ່ເນື່ອງ ຊື່ງສະແດງໃຫ້ເຫັນວ່າໃນຊ່ວງທົດສະວັດທີ່ຜ່ານມາ ສປປ ລາວ ນຳໃຊ້ນ້ຳເຂົ້າໃນການຜະລິດພະລັງງານໄຟຟ້າ ພຽງແຕ່ 5 ເປີເຊັນ ຂອງຄວາມອາດສາມາດທັງໝົດ ຊື່ງເທົ່າກັບ 23,000 ເມກາວັດ ແຕ່ມາເຖີງປະຈຸບັນ ແມ່ນກວມເອົາປະມານ 41 ເປີເຊັນ ຊື່ງມັນສະແດງໃຫ້ເຫັນວ່າ ນ້ຳ ແມ່ນຊັບພະຍາກອນທີລ້ຳຄ່າ ແລະ ເປັນປັດໃຈສຳຄັນທີ່ກະຕຸກຊຸກຍູ້ການເຕີບໃຫ່ຍຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງລາວ.

ເຖີງຢ່າງໃດກໍ່ຕາມ, ການນຳໃຊ້ຊັບພະຍາກອນນ້ຳ ໃນໄລຍະຜ່ານມາຍັງມີລັກສະນະຂາດຄວາມຍືນຍົງ ແລະ ສົ່ງຜົນກະທົບຕໍ່ຊັບພະຍາກອນນ້ຳທັງດ້ານປະລິມານ ແລະ ຄຸນນະພາບ ຊື່ງມັນສະແດງອອກຢູ່ບ່ອນວ່າ ປ່າໄມ້ເຂດອ່າງຮັບນ້ຳຖືກບຸກລຸກເພື່ອຫັນປ່ຽນໄປເປັນພື້ນທີ່ກະສິກຳ ຊື່ງມັນສົ່ງຜົນກະທົບຕໍ່ສັກກະຍາພາບໃນການເກັບກັກນ້ຳ ແລະ ການເຊື່ອມໂຊມຂອງລະບົບນິເວດ, ການປ່ອຍນ້ຳເປື້ອນຈາກບັນດາໂຮງຈັກໂຮງງານ ແລະ ຊຸມຊົນ ສ່ວນໃຫ່ຍແມ່ນຍັງບໍ່ໄດ້ຜ່ານຂະບວນການບຳບັດຢ່າງຖືກວິທີ, ເກີດການເຈືອປົນຂອງສານເຄມີໃນນ້ຳຈາກການເຊາະລ້າງຈາກພື້ນທີ່ກະສິກຳ, ລວມໄປເຖີງບັນຫາການປ່ຽນແປງດີນຟ້າອາກາດ ທີ່ສົ່ງຜົນກະທົບການຕໍ່ວົງຈອນນ້ຳ ເຊັ່ນ: ໄພແຫ້ງແລ້ງ ແລະ ນ້ຳຖ້ວມ ດັ່ງທີ່ເຮົາຮັບຮູ້ ແລະ ປະສົບພົບພໍ້ດ້ວຍຕົວເຮົາເອງໃນປະຈຸບັນ. ຈາກບັນຫາທີ່ກ່າວມາຂ້າງເທີງນັ້ນ ໃນທາງກົງກັນຂ້າມ, ການນຳໃຊ້ນ້ຳ ແມ່ນນັບມື້ນັບເພີ່ມຂື້ນ ຫຼື ສອງເທົ່າຂອງຈຳນວນປະຊາກອນທີ່ເພີ່ມຂື້ນ. ແນ່ນອນຖ້າຫາກຂາດລະບົບ ແລະ ແນວທາງການບໍລິຫານຈັດການນຳ້ທີ່ດີ ມັນກໍ່ຈະສົ່ງຜົນກະທົບໃນໄລຍະຍາວໄດ້

ໃນໄລຍະຜ່ານມາ, ການຄຸ້ມຄອງຊັບພະຍາກອນນ້ຳ ຂອງແຂວງໄຊຍະບູລີ ກໍ່ຄື ສປປ ລາວ ຂອງພວກເຮົາແມ່ນຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ ຊື່ງມັນກໍ່ມີສາເຫດມາຈາກຫຼາຍປັດໃຈ ດັ່ງຕໍ່ໄປນີ້:

1) ດ້ານນິຕິກຳ: ເຖີງວ່າກົດໝາຍວ່າດ້ວຍ ນ້ຳ ແລະ ຊັບພະຍາກອນນ້ຳ (ສະບັບປັບປຸງ ປີ 2017) ໄດ້ອອກມາແລ້ວ ແຕ່ຍັງຂາດບັນດານິຕິກຳລຸ່ມກົດໝາຍ ແລະ ຄູ່ມືແນະນຳ ຕ່າງໆ ຊື່ງໃນທາງຈັດຕັ້ງປະຕິບັດແລ້ວແມ່ນຍັງພົບຂໍ້ຫຍຸ້ງຍາກຫຼາຍຢ່າງ. ນອກຈາກນັ້ນ ບາງນິຕິກຳຍັງມີລັກສະ ນະຊ້ຳຊ້ອນກັນ

2) ກົນໄກການປະສານງານຍັງບໍ່ທັນກົມກຽວເທົ່າທີ່ຄວນ: ການຄຸ້ມຄອງ ນ້ຳ ແລະ ຊັບພະຍາກອນນ້ຳ ແມ່ນຕິດພັນກັບກັບຫຼາຍພາກສ່ວນ ເຊັ່ນ: ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ກະສິກຳ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່, ໂຍທາທິການ ແລະ ຂົນສົ່ງ, ສາທາລະນະສຸກ, ອຸດສາຫະກຳ-ການຄ້າ, ສະຫວັດດີການ-ສັງຄົມ ແລະ ອື່ນໆ. ຜ່ານມາ ຂໍ້ມູນດ້ານຊັບພະຍາກອນນ້ຳແມ່ນລັກສະນະກະແຈກກະຈາຍ ແລະ ການແລກປ່ຽນຂໍ້ມູນຂ່າວສານຍັງບໍ່ທັນເປັນລະບົບເທົ່າທີ່ຄວນ ຊື່ງເຮັດໃຫ້ການວາງແຜນຄຸ້ມຄອງນ້ຳ ບໍ່ສອດຄ່ອງກັບສະພາບຄວາມເປັນຈິງ

3) ພາລະບົດບາດມີລັກສະນະຊ້ຳຊ້ອນກັນ: ພາລະບົດບາດຂອງຂະແໜງການພາຍໃນຂົງເຂດຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ເອງກໍ່ມີລັກສະນະຊ້ຳຊ້ອນກັນ ໂດຍສະເພາະຂະແໜງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ, ຂະແໜງ ສີ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ແລະ ຂະແໜງຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ

4) ການລົງຊຸກຍູ້ວຽກງານຈາກຂັ້ນສູນກາງຍັງມີໜ້ອຍ: ໃນໄລຍະຜ່ານມາການລົງຕິດຕາມ ກວດກາ ແລະ ກະຕຸກຊຸກຍູ້ວຽກງານໃນຂັ້ນທ້ອງຖີ່ນ ຈາກສູນກາງກໍ່ຄືສາຍຕັ້ງຍັງບໍ່ທັນເຂັ້ມ ແຂງ ຊື່ງເຮັດໃຫ້ທ້ອງຖີ່ນພົບຄວາມຫຍຸ້ງຫຍາກໃນການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະ ຄວາມເຂົ້າໃຈຂອງຂະແໜງການກ່ຽວຂ້ອງຕໍ່ສິດ ແລະ ພາລະບົດບາດຂອງວຽກງານຄຸ້ມຄອງຊັບພະຍາກອນນ້ຳ

5) ຄວາມເຂົ້າໃຈ ແລະ ຮັບຮູ້ຕໍ່ວຽກງານຄຸ້ມຄອງຊັບພະຍາກອນນ້ຳຍັງບໍ່ທັນກວ້າງ: ຄົນສ່ວນຫຼາຍເຂົ້າໃຈກ່ຽວກັບຄວາມສຳຄັນຂອງນ້ຳ ແລະ ຊັບພະຍາກອນນ້ຳ ແຕ່ຄວາມເຂົ້າໃຈຕໍ່ກັບການຄຸ້ມຄອງນ້ຳ ແມ່ນຍັງບໍ່ທັນກວ້າງຂວາງ ແລະ ເລີກເຊີ່ງ ເນື່ອງຈາກວ່າການຈັດຕັ້ງປະຕິບັດວຽກງານດັ່ງກ່າວແມ່ນຍັງຂາດການປະຊາສຳພັນ ແລະ ປູກຈິດສຳນຶກຢ່າງຕໍ່ເນື່ອງ, ການເຂົ້າເຖີງແຫຼ່ງຂໍ້ມູນຍັງມີຈຳກັດ ສະນັ້ນ ຈື່ງເຮັດໃຫ້ວຽກງານດັ່ງກ່າວບໍ່ມີລັກສະນະພົ້ນເດັ່ນ ແລະ ເປັນທີ່ສົນໃຈຂອງສັງຄົມ

6) ການມີສ່ວນຮ່ວມ: ເນື່ອງຈາກການໂຄສະນາເຜີຍແຜ່ບັນດານິຕິກຳ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ ຍັງບໍ່ທັນທົ່ວເຖີງ ຊື່ງເຮັດໃຫ້ການຄຸ້ມຄອງນ້ຳ ແລະ ຊັບພະຍາກອນນ້ຳ ຂາດການມີສ່ວນຮ່ວມຂອງຊຸມຊົນໃນການປົກປັກຮັກສາ ແລະ ວາງແຜນຄຸ້ມຄອງ ຊື່ງເຮັດໃຫ້ການແກ້ໄຂບັນຫາບໍ່ສາມາດຕອບສະໜອງຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້

7) ດ້ານງົບປະມານ: ເປັນປັດໃຈທີ່ສຳຄັນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນໄລຍະຜ່ານມາເຖີງວ່າມີການດຳເນີນການສຳຫຼວດ ແລະ ວາງແຜນຄຸ້ມຄອງຊັບພະຍາກອນນ້ຳ ໃນຂອບເຂດທົ່ວແຂວງແລ້ວ ແຕ່ປັດໃຈຊຸກຍູ້ການຕິດຕາມກວດກາ ແມ່ນຍັງມີຈຳກັດ ຊື່ງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານບໍ່ມີລັກສະນະຕໍ່ເນື່ອງ, ນອກຈາກນັ້ນ ຍັງຂາດບັນດາເຄື່ອງມື ແລະ ອຸປະກອນ ຕ່າງໆທີ່ຊ່ວຍໃນການເກັບກຳຂໍ້ມູນນ້ຳ

8) ຄວາມອາດສາມາດຂອງພະນັກງານ: ເນື່ອງຈາກວ່າການຈັດຕັ້ງປະຕິບັດວຽກງານຕົວຈີງບໍ່ໄດ້ເຄື່ອນໄຫວເທົ່າທີ່ຄວນ ພ້ອມທັງຂາດການຝຶກອົບຮົມຢ່າງຕໍ່ເນື່ອງ ຈື່ງເຮັດໃຫ້ພະນັກງານວິຊາການຂາດຄວາມຊຳນິຊຳນານໃນການຈັດຕັ້ງປະຕິບັດວຽກວິຊາສະເພາະ ເຊັ່ນ: ການຕິດຕາມຄຸນນະພາບນ້ຳ, ການວາງແຜນຄຸ້ມຄອງອ່າງຮັບນ້ຳ, ການຄຸ້ມຄອງການນຳໃຊ້ນ້ຳ ແລະ ຊັບພະຍາກອນນຳ້ ແລະ ອື່ນໆ

ເຖີງຢ່າງໃດກໍ່ຕາມ, ຈາກສະພາບບັນຫາ ແລະ ສີ່ງທ້າທາຍທີ່ກ່າວມາຂ້າງເທີງນັ້ນ ເຮົາກໍ່ຍັງມີຊ່ອງທາງ ແລະ ໂອກາດໃນການປັບປຸງ, ຍົກລະດັບວຽກງານຄຸ້ມຄອງນ້ຳ ແລະຊັບພະຍາກອນນ້ຳ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນວຽກງານທີ່ພົ້ນເດັ່ນໃນສັງຄົມ ເພື່ອກະຕຸ້ນການມີສ່ວນຮ່ວມໃນການອະນຸລັກ, ປົກປັກຮັກສາ ຊັບພະຍາກອນອັນລ້ຳຄ່ານີ້ໃຫ້ຄົງຢູ່ຕະຫຼອດໄປ ໂດຍການສະເໜີແນວທາງແກ້ໄຂດັ່ງຕໍ່ໄປນີ້:

ລະດັບສູນກາງ

1) ສຸມໃສ່ສ້າງ ແລະ ປັບປຸງບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງໃຫ້ເປັນລະບົບຄົບຊຸດ ນັບແຕ່ລະບຽບການ, ຄູ່ມືແນະນຳ ໃຫ້ລະອຽດ ພ້ອມທັງຮັບປະກັນໃຫ້ການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ ບໍ່ໃຫ້ມີລັກສະນະຊ້ຳຊ້ອນກັນ

2) ກະຈາຍອຳນາດລົງສູ່ທ້ອງຖີ່ນໃຫ້ຫຼາຍຂື້ນ ໂດຍການສະໜອງດ້ານງົບປະມານ, ເຕັກນິກ, ອຸປະກອນ, ສ້າງວິຊາການໃຫ້ມີຄວາມເຂັ້ມແຂງ ຜ່ານການຝືກອົບຮົມ, ການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອແນໃສ່ສ້າງໃຫ້ທ້ອງຖີ່ນມີຄວາມເຂັ້ມແຂງ, ເປັນເຈົ້າການໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນໃນທ້ອງຖີ່ນຂອງຕົນ ຊື່ງຈະສາມາດນຳໄປສູ່ຄວາມຍືນຍົງໃນອານາຄົດ ແລະ ຊ່ວຍຫຼຸດຜ່ອນດ້ານງົບປະມານ

3) ດ້ານງົບປະມານໃນການຄຸ້ມຄອງນ້ຳ ແລະ ຊັບພະຍາກອນນ້ຳ: ນອກຈາກການຈັດສັນງົບປະມານປະຈຳປີ ຫຼື ໂຄງການຕ່າງໆແລ້ວ ແມ່ນມີຄວາມຈຳເປັນຕ້ອງໄດ້ສ້າງກົນໄກການເງີນໃຫ້ມີຄວາມໝັ້ນຄົງ ໂດຍຖືເອົາການເຊື່ອມສານໜ້າວຽກໃຫ້ຕິດພັນກັບບັນດາໂຄງການພັດທະນາຕ່າງໆກ່ຽວກັບນ້ຳ ຜ່ານຂະບວນການສ້າງແຜນຄຸ້ມຄອງສີ່ງແວດລ້ອມ

4) ການລົງຊຸກຍູ້ວຽກງານຂອງສູນກາງກໍ່ຄືສາຍຕັ້ງ ແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດທີ່ຈະຊ່ວຍຜັກດັນໃຫ້ໜ້າວຽກມີຄວາມຄືບໜ້າ ພ້ອມທັງເປັນການຍົກສູງພາລະບົດບາດຂອງວຽກງານຂົງເຂດຊັບພະຍາກອນນ້ຳ ໃຫ້ມິຄວາມເຂັ້ມແຂງ ພ້ອມທັງຮັບປະກັນໃຫ້ຂະແໜງ ການທັງພາຍໃນ ແລະ ພາຍນອກໄດ້ຮັບຮູ້ ແລະ ເຂົ້າໃຈເຖີງສິດ, ໜ້າທີ່ ຂອງວຽກງານດັ່ງກ່າວ ເພື່ອນຳໄປສູ່ການປະສານງານ ແລະ ຮ່ວມມື ໃນການຕິດຕາມ ຄຸ້ມຄອງ

5) ປະຕິຮູບລະບົບຖານຂໍ້ມູນຊັບພະຍາກອນນ້ຳໃຫ້ມີຄວາມທັນສະໄໝ, ໂດຍການເຊື່ອມໂຍງ ລະຫວ່າງສູນກາງ ແລະ ທ້ອງຖີ່ນ ເພື່ອຮັບປະກັນໃຫ້ການເຂົ້າເຖີງແຫຼ່ງຂໍ້ມູນທີ່ເຊື່ອໄດ້ ແລະ ສາມາດແລກປ່ຽນຂໍ້ມູນໄດ້ຢ່າງສະດວກ ວ່ອງໄວຂື້ນ ພ້ອມທັງເປັນພື້ນຖານໃຫ້ແກ່ການວາງແຜນຄຸ້ມຄອງຊັບພະຍາກອນນ້ຳໃນອານາຄົດ

ລະດັບທ້ອງຖີ່ນ

1) ສຸມໃສ່ໂຄສະນາ ເຜີຍແຜ່ບັນດານິຕິກຳ ແລະ ປູກຈິດສຳນຶກໃຫ້ທຸກຊັ້ນຄົນໃນສັງຄົມໄດ້ເຂົ້າໃຈ ແລະ ຄຳນືງເຖີງຄວາມສຳຄັນໃນການຄຸ້ມຄອງຊັບພະຍາກອນນ້ຳ ໂດຍຜ່ານຊ່ອງທາງທີ່ເຂົ້າເຖີງໄດ້ງ່າຍ ແລະ ປະຫຍັດ

2) ຈັດຕັ້ງປະຕິບັດຕາມແນວທາງແຜນຍຸດທະສາດຊັບພະຍາກອນນ້ຳແຫ່ງຊາດ ແລະ ຜັນຂະຫຍາຍມາເປັນອັນສະເພາະໃນທ້ອງຖີ່ນຂອງຕົນ

3) ເອົາໃຈໃສ່ຕິດຕາມ ກວດກາ ບັນດາໂຄງການພັດທະນາຕ່າງໆທີ່ຕິດພັນ ແລະ ສົ່ງຜົນກະທົບຕໍ່ຊັບພະຍາກອນນ້ຳ ເພື່ອແນໃສ່ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບທີ່ອາດເກີດຂື້ນ

4) ປັບປຸງຖານຂໍ້ມູນດ້ານຊັບພະຍາກອນນ້ຳໃນທ້ອງຖີ່ນຂອງຕົນໃຫ້ເປັນລະບົບ ເພື່ອຕອບສະໜອງໃຫ້ແກ່ການວາງແຜນຄຸ້ມຄອງ ແລະ ໂຄງການພັດທະນາຕ່າງໆ

5) ສ້າງການມີສ່ວນຮ່ວມຂອງຊຸມຊົນໃຫ້ການວາງແຜນ ແລະ ຕັດສິນບັນຫາກ່ຽວກັບຊັບພະຍາກອນນ້ຳ ໂດຍຜ່ານຂະບວນການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ

6) ເຊື່ອມສານໜ້າວຽກໃຫ້ຕິດພັນກັບບັນດາໂຄງການພັດທະນາຕ່າງໆກ່ຽວກັບນ້ຳ ຜ່ານຂະ ບວນການສ້າງແຜນຄຸ້ມຄອງສີ່ງແວດລ້ອມ

7) ລາຍງານສະພາບການຄຸ້ມຄອງຊັບພະຍກອນນ້ຳໃນທ້ອງຖີ່ນຂອງຕົນໃຫ້ກັບສູນກາງຢ່າງເປັນປົກກະຕິ.

ຈາກບັນຫາ ແລະ ວີທີທາງການແກ້ໄຂທີ່ໄດ້ກ່າວມາຂ້າງເທີງນັ້ນ ຜູ່ຂຽນຫວັງຢ່າງຍີ່ງວ່າຈະເປັນບົດຮຽນ ແລະ ຂໍ້ແລກປ່ຽນອັນດີໃນການປັບປຸງ, ຍົກລະດັບວຽກງານຄຸ້ມຄອງຊັບພະຍາກອນນ້ຳ ໃຫ້ດີຂື້ນເທື່ອລະກ້າວ.


ຂຽນໂດຍ: ຄຳຫຼ້າ ອິນສຸນັນ

 
 
 

Comments


bottom of page