top of page

ປະຫວັດຄວາມເປັນມາຂອງວຽກງານຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ແຂວງໄຊຍະບູລີ (History)

         

          ຂະແໜງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ຂຽນຫຍໍ້  (ຂຊອ) ສ້າງຕັ້ງຂື້ນໃນປີ 2012 ຊື່ງສັງກົດໃນໂຄງປະກອບກົງຈັກພາຍໃຕ້ການຊີ້ນຳໆພາຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງໄຊຍະບູລີ ມີພາລະບົດບາດເປັນເສນາທິການ ໃຫ້ແກ່ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແລະ ອົງການປົກຄອງແຂວງ ໃນການຄຸ້ມຄອງ-ບໍລິຫານ, ປົກປັກຮັກສາ, ຟື້ນຟູບູລະນະ ກ່ຽວກັບນ້ຳ ແລະ ຊັບພະຍາກອນນ້ຳ ລວມເຖີງວຽກງານຄຸ້ມຄອງໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ການແຈ້ງເຕືອນສະພາບອາກາດໃຫ້ທົ່ວສັງຄົມໂດຍສະເພາະຂອບເຂດແຂວງໄຊຍະບູລີ.  

         ສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ແຂວງໄຊຍະບູລີ ໄດ້ຮັບການກໍ່ສ້າງຂື້ນໃນປີ 2007 ໂດຍການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ຜ່ານອົງການຮ່ວມມືສາກົນຍີ່ປຸ່ນ (JICA)  ແລະ ການກໍ່ສ້າງໄດ້ສຳເລັດໃນຕົ້ນປີ 2009 ເພື່ອແນໃສ່ຍົກລະດັບຕ່າໜ່າງດ້ານອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ທັນສະໄໝ ສາມາດຕອບສະໜອງຂໍ້ມູນ ໄດ້ທັງປະລິມານ ແລະ ຄຸນນະພາບ. ພ້ອມດຽວກັນນັ້ນ ກໍ່ເພື່ອແນໃສ່ເຝົ້າລະວັງ, ຫຼຸດຜ່ອນຜົນກະທົບທີ່ເກີດຈາກໄພທຳມະຊາດ ຕໍ່ສີ່ງທີ່ມີຊີວິດ ຊັບສິນຂອງລັດ, ຂອງລວມໝູ່ ແລະ ຂອງປະຊາຊົນໃນສັງຄົມ. ການຄາດຄະເນຜົນກະທົບຂອງໄພອັນຕະລາຍ ທີ່ເກິດຂື້ນຈາກການປ່ຽນແປງດີນຟ້າອາກາດ ທີ່ມີທ່າອ່ຽງທີ່ເພີ່ມຂື້ນເລື້ອຍໆ. ຊື່ງມັນກາຍເປັນສີ່ງທ້າທາຍສຳລັບການບັນລຸເປົ້າໝາຍການພັດທະນາ ເສດຖະກິດສັງຄົມ ແລະ ຍັງເປັນໄພຂົ່ມຂູ່ຕໍ່ກຸ່ມຄົນທີ່ມີຄວາມບອບບາງ ໂດຍສະເພາະຊາວກະສິກອນຜູ້ທີ່ອາໄສການຜະລິດກະສິກຳ ແບບພື້ນບ້ານ ຊື່ງກວມສ່ວນຫຼາຍຂອງປະຊາກອນໃນທົ່ວແຂວງ.

 HISTORY

          Water Resources and Meteorology in short name is WRM. It has been established since 2012 under managing by Provincial Office of Natural Resources and Environment   (PONRE) of Xayaboury province. WRM has mandates as secretariat of PONRE and provincial government on managing, protecting, reliving of water and its related resources as well as flood and drought management by disseminate weather forecasting over the province. 

         Xayaboury Meteorology station has been established since 2007 supported by Japan government through  Japan International Cooperation Agency (JICA) and it has been operated since 2009 to provide effective data and information of meteorology and hydrology  to  public by new technology. In the same time, it is to mitigate risky of natural disaster which would be impact to people well-being and government's asset. As we have known that climate change is main factor has being drive risky and challenging for SDGs achievement particularly vulnerable group as farmer and people who are dependent natural resources for their living.           

bottom of page