ecoWATER
Xayaboury

ຂ່າວປະຈຳວັນ !! ລະດັບນ້ຳຮຸ່ງ ມື້ນີ້ ແມ່ນ 0.7 ແມັດ, ດັດສະນີຄຸນນະພາບອາກາດ ແມ່ນ 34 ອາກາດຄຸນນະພາບດີ , ປະລິມານ PM 2.5 ແມ່ນ 8.1 ໄມໂຄຼກຼາມ ຕໍ່ແມັດກ້ອນ ອີງໃສ່ມາດຕະຖານແມ່ນ < 50 ໄມໂຄຼກຼາມ ຕໍ່ແມັດກ້ອນ
Daily News !! The water level of Nam Houng this morning was 0.7 m, Air Quality Index 34 is good, PM 2.5 is 8.1 μg /m3 comparing to standard <50 μg /m3




1. ວາງແຜນຄຸ້ມຄອງອ່າງຮັບນ້ຳ (Watershed Management Planning)
1)ສຶກສາ ແລະ ປະເມີນສະພາບອ່າງຮັບນ້ຳ ໃນທົ່ວແຂວງ
2)ສ້າງ, ຈັດຕັ້ງປະຕິບັດ ແລະ ທົບທວນ ຍຸດທະສາດ, ແຜນການຄຸ້ມຄອງ, ບໍລິຫານຈັດການ, ພັດທະນາ, ຟື້ນຟູ, ອ່າງຮັບນ້ຳ ລວມທັງນ້ຳໜ້າດິນ, ດິນບໍລິເວນນ້ຳ, ອ່າງ
ເກັບນ້ຳ ແລະ ການເກັບກັກນ້ຳໄວ້ໃຊ້
3)ວາງແຜນ ແລະ ກຳນົດ ເຂດສະຫງວນນ້ຳ ແລະ ຊັບພະຍາກອນນ້ຳ, ດິນບໍລິເວນນ້ຳ ແລະ ອ່າງເກັບນຳ້ ພ້ອມທັງສະເໜີຂັ້ນເທີງ ພິຈາລະນາອະນຸມັດ.
4)ຄົ້ນຄວ້າ ແລະ ນຳສະເໜີສ້າງຕັ້ງຄະນະປະສານງານຄະນະປະສານງານຄຸ້ມຄອງອ່າງຮັບນ້ຳ ຕາມເງື່ອນໄຂຕົວຈິງ.
5)ຄົ້ນຄວ້າ, ສ້າງ, ຈັດຕັ້ງປະຕິບັດ ແລະ ທົບທວນ ແຜນປ້ອງກັນ ແລະ ຕ້ານຜົນເສຍຫາຍຈາກນ້ຳ ເຊັ່ນ: ການຂາດແຄນນ້ຳ, ບູລະນະຟື້ນຟູນ້ຳ, ແລະ ຊັບພະຍາກອນນ້ຳ
ທີ່ຖຶກທຳລາຍ ແລະ ເຊື່ອມໂຊມ.
6)ຈັດສັນການນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳໃນອ່າງຮັບນ້ຳໃຫ້ມີຄວາມເໜາະສົມ ແລະ ເປັນທຳ
7)ເປັນເຈົ້າການຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນກຳເນີນງານ, ແຜນການ, ໂຄງການ ແລະ ກິດຈະກຳການຄຸ້ມຄອງ, ນຳໃຊ້ນ້ຳ ແລະ
ຊັບພະຍາກອນນ້ຳໃນອ່າງຮັບນ້ຳ ເຊັ່ນ: ດິນບໍລິເວນນ້ຳ, ອ່າງເກັບນ້ຳ, ການຂາດແຄນນ້ຳ ແລະ ຜົນກະທົບຈາກນ້ຳ.
Watershed Management Planning
-
Study and assess the state of 12 basins
-
Publish tools for guiding implementation as strategy, master plan, action plan for managing, developing, reliving and etc
-
Define and allocate water resources conservation area, wetland, and reservoir
-
Establish steering committee or River Basin Management Committee
-
Establish new or review existing plan of disaster management and resilience
-
Provide fair and faith on water resources allocation
-
Be a main actor to leverage, monitor, and evaluate the implementation of water resources management
2. ທີ່ຕັ້ງ ແລະ ຈຸດພິເສດຂອງອ່າງຮັບນ້ຳ ແຂວງໄຊຍະບູລີ (State of Basins)
ແຂວງໄຊຍະບູລີ ຕັ້ງຢູ່ທິດຕາເວັນຕົກສຽງເໜືອຂອງ ສປປ ລາວ ຝັ່ງຂວາແມ່ນໍ້າຂອງ, ນອນໃນເສັ້ນຂະໜານ 17 ° 28' ຫາ 19 ° 56' ເໜືອ ແລະ ເສັ້ນແວງ 100 ° 23' ຫາ 101 ° 55' ຕາເວັນອອກ, ມີເນື້ອທີ່ 16,389 ກິໂລຕາແມັດ, ຄວາມສູງສະເລ່ຍ 655 ແມັດຈາກລະດັບໜ້ານໍ້າທະເລປານກາງ, ຈອມພູສູງສຸດຢູ່ເຂດເມືອງໄຊສະຖານ 2,105 ແມັດ ແລະ ພື້ນທີ່ຕໍ່າສຸດຢູ່ເມືອງແກ່ນທ້າວ 193 ແມັດ ທຽບກັບໜ້ານໍ້າທະເລ, ມີຊາຍແດນທິດເໜືອ ຕິດກັບແຂວງຫຼວງພະບາງ ແລະ ແຂວງບໍ່ແກ້ວ, ທິດຕາເວັນອອກຕິດກັບແຂວງວຽງຈັນ, ທິດຕາເວັນຕົກ ແລະ ທິດໃຕ້ມີຊາຍແດນຕິດກັບ 6 ແຂວງຂອງປະເທດລາດຊະອານາຈັກໄທ (ຊຽງລາຍ, ພະເຍົາ, ນ່ານ, ອຸດຕະລະດິດ, ພິດສະນຸໂລກ ແລະ ເລີຍ) ມີຄວາມຍາວເຖີງ 647 ກິໂລແມັດ, ໃນນີ້ ມີຊາຍແດນດິນຕໍ່ແຜນ 510 ກິໂລແມັດ, ສ່ວນທີ່ເຫຼືອແມ່ນຂັ້ນດ້ວຍສາຍນ້ຳ.
ແຂວງໄຊຍະບູລີ ປະກອບມີ 11 ເມືອງ, 430 ບ້ານ, ມີ 76,438 ຄອບຄົວ, ມີພົນລະເມືອງ 384,012 ຄົນ, ຍິງ 184,939 ຄົນ1. ພື້ນທີ່ຂອງແຂວງສ່ວນໃຫ່ຍເປັນເຂດພູດອຍ ກວມ 80 % ຂອງເນື້ອທີ່ທັງໝົດ. ແມ່ນໍ້າຫຼັກຫຼາຍສາຍແມ່ນເປັນສາຂາຂອງແມ່ນ້ຳຂອງ ທີ່ມີຕົ້ນກຳເນີດຈາກສາຍພູເບື້ອງທິດຕາເວັນຕົກຂອງແຂວງ ເຊັ່ນ: ນ້ຳຄອບ, ນ້ຳງື່ມ, ນໍ້າສິງ, ນ້ຳຮຸ່ງ, ນ້ຳປຸຍ, ນ້ຳພູນ, ນ້ຳລາຍ, ນໍ້າປາ, ນໍ້າງາມ, ນໍ້າຫ້ວຍກະດຽມ, ນ້ຳເຫືອງ ແລະ ກຸ່ມນໍ້າແມນ-ນໍ້າໄຄ້. ນອກນີ້ ຍັງມີແມ່ນໍ້າສາຂາ ແລະ ນ້ຳກີ່ງງ່າສາຂາອິກຈຳນວນໜື່ງ.
ແຂວງໄຊຍະບູລີ ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນ ໂດຍສະເພາະແມ່ນປ່າໄມ້ ແລະ ແຫຼ່ງນ້ຳທີ່ເປັນເງື່ອນໄຂ ແລະ ທ່າແຮງອັນສຳຄັນທີ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໂດຍສະເພາະການພັດທະນາດ້ານການກະສິກຳ ແລະ ອຸດສະຫະກຳປຸງແຕ່ງຜະລິດຕະພັນກະສິກຳ. ສະພາບພື້ນທີ່ຂອງແຂວງແບ່ງອອກເປັນ 3 ລັກສະນະຕົ້ນຕໍເຊັ່ນ: ພື້ນທີ່ພູສູງ, ພູພຽງ ແລະ ເຂດທົ່ງພຽງ. ສຳລັບເຂດທົ່ງພຽງແມ່ນປະກອບມີ 4 ທົ່ງພຽງ ຄື: ທົ່ງພຽງເມືອງພຽງ,ທົ່ງພຽງເມືອງໄຊຍະບູລີ, ທົ່ງພຽງເມືອງຫົງສາ ແລະ ທົ່ງພຽງເມືອງຊຽງຮ່ອນ. ທົ່ງພຽງເຫຼົ່ານີ້ແມ່ນສາມາດບຸກເບີກ ແລະ ຂະຫຍາຍເປັນເນື້ອທີ່ທຳການຜະລິດກະສິກຳໄດ້ຕື່ມອີກໃນອານາຄົດ. ປະຈຸບັນມີເນື້ອທີ່ກະສິກຳປະມານ 151,477.58 ເຮັກຕາ ກວມເອົາ 9,24 % ຂອງເນື້ອທີ່ທັງໝົດທົ່ວແຂວງ, ສ່ວນເນື້ອທີ່ດິນປ່າໄມ້ແມ່ນກວມເອົາປະມານ 70% ຂອງເນື້ອທີ່ທັງໝົດທົ່ວແຂວງ.
ແຂວງໄຊຍະບູລີ ໄດ້ຖືກຈັດແບ່ງເປັນ 12 ອ່າງຮັບນ້ຳ ຊື່ງແຕ່ລະອ່າງສ່ວນໃຫ່ຍແມ່ນກວມເອົາຫຼາຍເມືອງ, ໃນນັ້ນ ມີ 2 ອ່າງທີ່ກວມເອົາແຂວງອື່ນ ຄື: ກຸ່ມອ່າງຮັບນໍ້າ ນໍ້າຄອບ ແລະ ກຸ່ມອ່າງຮັບນໍ້າ ນໍ້າສິງ ລາຍລະອຽດມີດັ່ງລຸ່ມນີ້:
-
ກຸ່ມອ່າງຮັບນໍ້າ ນໍ້າຄອບ ມີເນື້ອທີ່ 1,520.2 ກມ2 ກວມເອົາ ເມືອງຄອບ 739.79 ກມ2 , ເມືອງຊຽງຮ່ອນ 362.05 ກມ2, ເມືອງເງີນ 130.67 ກມ2 ແລະ ເມືອງປາກທາ (ແຂວງບໍ່ແກ້ວ) 284.71 ກມ2 , ມີ 21 ບ້ານ ແລະ ມີປະຊາກອນທັງໝົດ 13,874 ຄົນ ຍິງ 6,905 ຄົນ.
-
ອ່າງຮັບນໍ້າ ນໍ້າງື່ມ ມີເນື້ອທີ່ 1,810 ກມ2 ກວມເອົາ ເມືອງຄອບ 0.85 ກມ2, ເມືອງຊຽງຮ່ອນ 767.76 ກມ2 , ເມືອງເງີນ 590.70 ກມ2 ແລະ ເມືອງຫົງສາ 449.06 ກມ2 ,ມີ 78 ບ້ານ ແລະ ມີປະຊາກອນທັງໝົດ 40,006 ຄົນ ຍິງ 19,851 ຄົນ.
-
ກຸ່ມອ່າງຮັບນໍ້າ ນໍ້າສີງ ມີເນື້ອທີ່ 2,660.29 ກມ2 ກວມເອົາ ເມືອງໄຊຍະບູລີ 529.46 ກມ2, ເມືອງຫົງສາ 878.78 ກມ2 ແລະ ເມືອງຈອມເພັດ (ແຂວງຫຼວງພະບາງ) ໄດ້ກວມເອົາເນື້ອທີ່ ປະມານ 1,251.54 ກມ2 ,ມີ 18 ບ້ານ ແລະ ມີປະຊາກອນທັງໝົດ 9,445 ຄົນ ຍິງ 4,727ຄົນ.
-
ອ່າງຮັບນໍ້າ ນໍ້າຮຸ່ງ ມີເນື້ອທີ່ 2,866.69 ກມ2 ກວມເອົາ ເມືອງໄຊຍະບູລີ 1,366.07 ກມ2 ,ເມືອງພຽງ 381.82 ກມ2 ,ເມືອງໄຊສະຖານ 884.57 ກມ2 ແລະ ເມືອງຫົງສາ 233.53 ກມ2 ,ມີ 85 ບ້ານ ແລະ ມີປະຊາກອນທັງໝົດ 74,334 ຄົນ ຍິງ 37,407 ຄົນ.
-
ອ່າງຮັບນໍ້າ ນໍ້າປຸຍ ມີເນື້ອທີ່ 2,085.84 ກມ2 ກວມເອົາ ເມືອງໄຊຍະບູລີ 422.33 ກມ2,ເມືອງພຽງ 1,499.99 ກມ2 ແລະ ເມືອງປາກລາຍ 163.03 ກມ2 ,ມີ 44 ບ້ານ ແລະ ມີປະຊາກອນທັງໝົດ 43,749 ຄົນ ຍິງ 21,371 ຄົນ.
-
ອ່າງຮັບນໍ້າ ນໍ້າງາມ ມີເນື້ອທີ່ 315.25 ກມ2 ກວມເອົາ ເມືອງໄຊຍະບູລີ 16.85 ກມ2, ເມືອງພຽງ 60.22 ກມ2 ແລະ ເມືອງປາກລາຍ 238.10 ກມ2 ມີ 4 ບ້ານ ແລະ ມີປະຊາກອນທັງໝົດ 2,235 ຄົນ ຍິງ 1,078 ຄົນ.
-
ອ່າງຮັບນໍ້າ ນໍ້າພູນ ມີເນື້ອທີ່ 1,964.43 ກມ2 ກວມເອົາ ເມືອງພຽງ 785.65 ກມ2, ເມືອງປາກລາຍ 453.83 ກມ2 ແລະ ເມືອງທົ່ງມີໄຊ 724.40 ກມ2 ,ມີ 45 ບ້ານ ແລະ ມີປະຊາກອນທັງໝົດ 32,900 ຄົນ ຍິງ 16,361 ຄົນ.
-
ກຸ່ມອ່າງຮັບນໍ້າ ນໍ້າປາ ມີເນື້ອທີ່ 483.06 ກມ2 ກວມເອົາ ເມືອງພຽງ 0.65 ກມ2 ແລະ ເມືອງປາກລາຍ 481.02 ກມ2 ,ມີ 2 ບ້ານ ທີ່ນອນໃນອ່າງ ແລະ ມີປະຊາກອນທັງໝົດ 3,509 ຄົນ ຍິງ 1,763 ຄົນ.
-
ກຸ່ມອ່າງຮັບນໍ້າຫ້ວຍກະດຽມ ມີເນື້ອທີ່ 136.94 ກມ2 ຊື່ງນອນໃນ ເມືອງປາກລາຍ ທັງໝົດ, ມີ 5 ບ້ານ ແລະ ມີປະຊາກອນທັງໝົດ 7,617 ຄົນ ຍິງ 3,687 ຄົນ.
-
ອ່າງຮັບນໍ້າ ນໍ້າລາຍ ມີເນື້ອທີ່ 662.18 ກມ2 ກວມເອົາ ເມືອງທົ່ງມີໄຊ 113.15 ກມ2, ເມືອງປາກລາຍ 542.03 ກມ2 ແລະ ເມືອງແກ່ນທ້າວ 6.69 ກມ2 ,ມີ 23 ບ້ານ ແລະ ມີປະຊາກອນທັງໝົດ 18,561 ຄົນ ຍິງ 8,046 ຄົນ.
-
ກຸ່ມອ່າງຮັບນໍ້າ ນໍ້າແມນ-ນໍ້າໄຄ້ ມີເນື້ອທີ່ 595.09 ກມ2 ກວມເອົາ ເມືອງປາກລາຍ 223.66 ກມ2 ແລະເມືອງແກ່ນທ້າວ 370.35 ກມ2 ,ມີ 17 ບ້ານ ແລະ ມີປະຊາກອນທັງໝົດ 13,526ຄົນ ຍິງ 6,694 ຄົນ.
-
ອ່າງຮັບນໍ້າເຫືອງ ມີເນື້ອທີ່ 1.876,79 ກມ2 ກວມເອົາ ເມືອງປາກລາຍ 21.21 ກມ2,ເມືອງແກ່ນທ້າວ 868.65 ກມ2 ແລະ ເມືອງບໍ່ແຕນ 981.93 ກມ2 ,ມີ 67 ບ້ານ ແລະ ມີປະຊາກອນທັງໝົດ 46,715 ຄົນ ຍິງ 22,976 ຄົນ.




