top of page

 1. ໜ້າວຽກຄຸ້ມຄອງການນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳ

     

       1)ຄົ້ນຄວ້າ ແລະ ນຳສະເໜີໃບອະນຸຍາດ ການນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳ; ປະກອບຄຳເຫັນການອອກໃບອະນຸຍາດ ການບໍລິການໃຫ້ຄຳປຶກສາ              ດ້ານນ້ຳ, ການຂຸດເຈາະ ຫຼື ຊີເຈາະນ້ຳໃຕ້ດິນ  ແລະ ອື່ນໆ

      2)ຄົ້ນຄວ້າ ແລະ ນຳສະເໜີຂັ້ນເທີງ ພິຈາລະນາແຈ້ງເຕືອນ, ສັ່ງໂຈະຊົ່ວຄາວ, ປັບໃໝ່, ປ່ຽນແປງ, ແລະ ຖອນໃບອານຸຍາດການນຳໃຊ້ ແລະ ໃບ                    ອະນຸຍາດ ການບໍລິການກ່ຽວກັບນ້ຳ ແລະ ຊັບພະຍາກອນນ້ຳ

      3)ສຳຫຼວດຂື້ນບັນຊີ ນ້ຳ ແລະ ຊັບພະຍາກອນນ້ຳ ໃນອ່າງຮັບນ້ຳທົ່ວແຂວງ

      4)ກຳນົດຈຸດ ຕິດຕາມກວດກາ ແລະ ວັດແທກຄຸນນະພາບນ້ຳໜ້າດິນ ແລະ ນ້ຳໃຕ້ດິນ

      5)ຕິດຕາມ, ກວດກາການປ່ອຍນ້ຳເປື້ອນຈາກຊຸມຊົນ, ໂຮງງານອຸດສາຫະກຳ, ເຂດກະສິກຳ ແລະ ຫົວໜ່ວຍບໍລິການຕ່າງໆ.

      6)ສ້າງ ແລະ ປັບປຸງຖານຂໍ້ມູນນ້ຳ ແລະ ຊັບພະຍາກອນນ້ຳ

      7)ເຂົ້າຮ່ວມເກັບກຳຂໍ້ມູນ ແລະ ປະເມີນຜົນກະທົບທາງສີ່ງແວດລ້ອມ (EIA) ແລະ (IEE) ຂອງໂຄງການພັດທະນາຕ່າງໆ ທີ່ຕິດພັນກັບການນຳໃຊ້ນ້ຳ              ແລະ ຊັບພະຍາກອນນ້ຳ

    Water and Resources Usage Management

 

  1. Review and propose to PONRE director on approving water usage and provide additional information on groundwater drilling 

  2. Review and propose to higher level for considering on warn, fine, and withdraw permission certificate 

  3. Survey state of water resources for inventory 

  4. Define  and monitor river both surface and groundwater quality

  5. Monitor wastewater drainage from factory, agriculture activity, and services business

  6. Upgrade database and information of water resources

  7. Joined working on data collection and assess development project particularly EIA &  IEE  

2. ຂໍ້ມູນວຽກງານຄຸ້ມຄອງການນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳ (Water Usage Management

2.1.ວຽກງານຄຸ້ມຄອງຄຸນນະພາບນ້ຳ (Water Quality Management)

ແຂວງໄຊຍະບູລີ ໄດ້ກຳນົດຈຸດຕິດຕາມຄຸນນະພາບນ້ຳ ທັງໝົດ 28 ຈຸດ ໃນ 12 ອ່າງຮັບນ້ຳ ເພື່ອແນໃສ່ຕິດຕາມ ເຝົ້າລະວັງສີ່ງປົນເປື້ອນ ແລະ ການປ່ຽນແປງຂອງຄຸນນະພາບນ້ຳ ໃນແຕ່ລະສາຍ. ໃນໄລຍະຜ່ານມາ ອີງຕາມຜົນຂອງການຕິດຕາມ ແລະ ວິໄຈຄຸນນະພາບນ້ຳ ສ່ວນໃຫ່ຍ ແມ່ນຖືວ່າຢູ່ໃນເກນມາດຕະຖານສີ່ງແວດລ້ອມແຫ່ງຊາດ. ເຖີງຢ່າງໃດກໍ່ຕາມ, ເນື່ອງຈາກການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມທີ່ໄວວາ ຊື່ງມັນໄດ້ສ້າງແຮງກົດດັນຕໍ່ນ້ຳ ແລະ ຊັບພະຍາກອນນ້ຳ ໂດຍສະເພາະດ້ານຄຸນນະພາບ ເຊັ່ນ: ການປ່ອຍນ້ຳເປື້ອນລົງສູ່ມີນ້ຳທຳມະຊາດ ທີ່ບໍ່ຜ່ານການບຳບັດ, ການນຳໃຊ້ສານເຄມີໃນຂົງເຂດກະສິກຳ, ການເຊາະເຈື່ອນຂອງໜ້າດິນ, ແລະ ອື່ນໆ. ສີ່ງທີ່ກ່າວມານັ້ນ ແມ່ນເປັນສີ່ງທ້າທາຍ ໃຫ້ແກ່ການບັນລຸຸຍຸດທະສາດການພັດທະນາຍືນຍົງ.  

 ລາຍລະອຽດເພີ່ມຕື່ມກົດ 

2.2. ວຽກງານຄຸ້ມຄອງນ້ຳໃຕ້ດິນ (Ground Water Management)

2.3. ການນຳໃຊ້ນ້ຳໃນຂົງເຂດຊົນລະກະເສດ Water Usage in Agro-irrigation

bottom of page