top of page

ພາລະບົດບາດຂັ້ນເມືອງ (District Mandates)

1)ເຂົ້າຮ່ວມສຶກສາ ແລະ ປະເມີນສະພາບອ່າງຮັບນ້ຳ ພາຍໃນເມືອງຂອງຕົນ

2)ສະໜອງຂໍ້ມຸນໃນການຂຽນບົດລາຍງານສະພາບອ່າງຮັບນ້ຳ ພາຍໃນເມືອງຂອງຕົນ

3)ຈັດຕັ້ງປະຕິບັດແຜນຄຸ້ມຄອງອ່າງຮັບນ້ຳ ແບບເຊື່ອມສານ

4)ຈັດຕັ້ງປະຕິບັດແຜນຄຸ້ມຄອງຊັບພະຍາກອນນ້ຳ ແບບເຊື່ອມສານ

5)ເຂົ້າຮ່ວມສຳຫຼວດຂື້ນບັນຊີຊັບພະຍາກອນນ້ຳ ໃນຂອບເຂດເມືອງຂອງຕົນ

6)ຕິດຕາມກວດກາ ແລະ ຄຸ້ມຄອງນ້ຳໜ້າດິນ, ນ້ຳໃຕ້ດິນ ແລະ ດິນບໍລິເວນນ້ຳ ໃນຂອບເຂດເມືອງຂອງຕົນ

7)ເຂົ້າຮ່ວມຕິດຕາມກວດກາວັດແທກຄຸນນະພາບນ້ຳໜ້າດິນ ແລະ ນ້ຳໃຕ້ດິນ

8)ຕິດຕາມກວດກາການປ່ອຍນ້ຳເປື້ອນຂອງຊຸມຊົນ, ໂຮງງານອຸດສາຫະກຳ, ເຂດກະສິກຳ ແລະ ຫົວໜ່ວຍບໍລິການຕ່າງໆ.

9)ເກັບກຳຂໍ້ມູນອຸທົກກະສາດໃນຂອບເຂດເມືອງຂອງຕົນ (ລະດັບນ້ຳ, ປະລິມານການໄຫຼ ແລະ ປັດໃຈ ອື່ນໆ

10)ສ້າງຖານຂໍ້ມູນນ້ຳ, ຊັບພະຍາກອນນ້ຳ, ຄຸນນະພາບນ້ຳ ແລະ ອຸຕຸນິຍົມ ແລະ ອຸທົກກະສາດ

11) ເຂົ້າຮ່ວມເກັບກຳຂໍ້ມູນ ແລະ ປະເມີນຜົນກະທົບດ້ານສີ່ງແວດລ້ອມ (EIA) ແລະ (IEE) ຂອງໂຄງການພັດທະນາຕ່າງໆ ທີ່ຕິດພັນກັບນ້ຳ ແລະ ຊັບພະຍາກອນນ້ຳ

12) ສຳຫຼວດເກັບກຳຂໍ້ມູນ ແລະ ປະເມີນຄວາມສ່ຽງໄພນ້ຳຖ້ວມ, ໄພແຫ້ງແລ້ງ ໃນຂອບເຂດ ເມືອງຂອງຕົນ

13) ແຈ້ງເຕືອນພື້ນທີ່ຄວາມສ່ຽງໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ປ່ອຍນ້ຳຂອງເຂື່ອນ

14) ຮ່ວມປະເມີນຜົນກະທົບພາຍຫຼັງໄພນ້ຳຖ້ວມ ແລະ ພື້ນທີ່ໄພແຫ້ງແລ້ງ

15) ເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ

16) ຕິດຕາມເກັບກຳຂໍ້ມູນສະພາບອາກາດ ເຊັ່ນ: ປະລິມານນ້ຳຝົນ, ແສງແດດ ແລະ ປັດໃຈ ອື່ນໆ

17) ສະຫຼຸບສັງລວມຂໍ້ມູນຊັບພະຍາກອນນ້ຳ, ອຸຕຸນິຍົມ-ອຸທົກກະສາດ ເພື່ອລາຍງານໃຫ້ທາງແຂວງ ຢ່າງເປັນປົກກະຕິ.

bottom of page