ວິຊາການ ພະແນກຊັບພະຍາກອນທ/ຊ&ສີ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ຖືກຄັດເລືອກເຂົ້າຮ່ວມໂຄງການIATSS ທີ່ ຍີ່ປຸ່ນ
- Khamla Insounanh
- Nov 19, 2019
- 1 min read

ໃນເດືອນກັນຍາ 2019 ຜ່ານມາ ພະນັກງານວິຊາການພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ໄດ້ຖືກຄັດເລືອກເພື່ອເຂົ້າຮ່ວມຝຶກອົບຮົມການເສີມສ້າງທັກສະຄວາມເປັນຜູ້ນຳໄວໜຸ່ມ ຄັ້ງທີ່ 62 ທີ່ ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 16 ກັນຍາ -15 ພະຈິກ 2019. ຊື່ງມີຕົວແທນຈາກບັນດາປະເທດອາຊຽນ ປະເທດລະ 2 ທ່ານ, ໃນນັ້ນມີ ທ່ານ ຄຳຫຼ້າ ອິນສຸນັນ ພະນັກງານວິຊາການ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງໄຊຍະບູລີ
ໂຄງການດັ່ງກ່າວມີ 2 ຈຸດປະສົງຫຼັກຄື:
- ໂຄງການອິແອສ (IATSS) ແມ່ນໂຄງການໜື່ງທີ່ຖຶກສ້າງຕັ້ງຂື້ນໃນປີ 1985 ໂດຍ ທ່ານ ໂຊຈິໂຣະ ຮອນດາຜູ້ກໍ່ຕັ້ງບໍລິສັດ ຮອນດາ ປະເທດຍີ່ປຸ່ນ ຊື່ງມີຈຸດປະສົງຄັດເລືອກເອົາໄວໜຸ່ມຜູ້ທີ່ມີຄວາມກະຕືລືລົ້ນ ແລະ ມີຄວາມຄິດທີ່ຈະພັດທະນາທ້ອງຖີ່ນຂອງຕົນເອງ.
- ໂຄງການອີແອສ (IATSS) ໄດ້ເປີດກວ້າງ ໃຫ້ໄວໜຸ່ມຂອງບັນດາປະເທດອາຊຽນໄດ້ມີພື້ນທີ່ໃນການແລກ ປ່ຽນຄວາມຄິດເຫັນ ໂດຍຜ່ານການສຳມະນາ, ລົງພາກສະໜາມ, ການເຮັດວຽກເປັນທີມ, ແລະ ແລກປ່ຽນວັດ ທະນະທຳ ເພື່ອຮ່ວມກັນແກ້ໄຂບັນຫາ ແລະ ສີ່ງທ້າທາຍ ຂອງອາຊີ ແລະ ຍີ່ປຸ່ນ ພາຍໃຕ້ຫຼັກການ “ຄົ້ນຄິດ ແລະ ຮ່ຳຮຽນ ນຳກັນ”
ໃນນັ້ນຫຼັກສູດຂອງໂຄງການ (IATSS) ປະກອບມີ 3 ຂົງເຂດຫຼັກ ຄື:
1.1. ເສີມສ້າງທັກສະຄວາມເປັນຜູ້ນຳ ແລະ ການສ້າງທີມງານໃຫ້ມີປະສິດທິພາບ (Leadership and Team Building)

ແມ່ນການນຳເອົາບັນດາຜູ້ເຂົ້າຮ່ວມທັງໝົດ ເຂົ້າສູນຝຶກອົບຮົມ ໂດຍເນັ້ນການສ້າງຄວາມເຂົ້າໃຈຊື່ງກັນແລະກັນ, ເຄົາລົບຊື່ງກັນ ແລະ ກັນ, ຊ່ວຍເຫຼືອຊື່ງກັນ ແລະ ກັນ, ຄວາມຫຼາກຫຼາຍທາງດ້ານແນວຄິດແມ່ນຫົວໃຈຂອງການເຮັດວຽກເປັນທີມ, ທຸກຄວາມຄິດຈະບໍ່ຖຶກຕັດສິນ ຖຶກ ຫຼື ຜິດ ແລະ ອື່ນໆ. ນອກຈາກນັ້ນ, ຍັງໄດ້ຮຽນຮູ້ທັກສະການອຳນວຍຄວາມສະດວກໃນການປະຊຸມ (Facilitation skill) ຊື່ງມີຄວາມສຳຄັນຫຼາຍໃນການເຮັດວຽກຮ່ວມກັບຫຼາຍພາກສ່ວນທີ່ມີຄວາມແຕກຕ່າງທາງດ້ານປະສົບການ, ໜ້າວຽກ, ແລະ ຈຸດປະສົງ ເພື່ອນຳໄປສູ່ການບັນລຸເປົ້າໝາຍລວມອັນດຽວກັນ.
1.2. ບົດຮຽນດ້ານວິຊາການ ໂດຍສະເພາະການພັດທະນາຊຸມຊົນ ແບບຍືນຍົົງ (Sustainable Community Design)

ແມ່ນການແລກປ່ຽນປະສົບການ ແລະ ບົດຮຽນອັນດີ ຂອງຜູ້ເຂົ້າຮ່ວມຈາກຫຼາກຫຼາຍຂົງເຂດ ນັບແຕ່ຂັ້ນທ້ອງຖີ່ນ ຈົນຮອດ ລະດັບສາກົນ ເພື່ອສຸມໃສ່ອອກແບບການພັດທະນາຊຸມຊົນ ແບບຍືນຍົງ ເພື່ອແນໃສ່ໃຫ້ບັນລຸເປົ້າ ໝາຍການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ (SDGs) ໂດຍຜ່ານຂະບວນການວິເຄາະວິໄຈຂໍ້ມູນຢ່າງເລິກເຊີ່ງ, ຊັ່ງຊາຜົນໄດ້ຮັບ ແລະ ຜົນກະທົບຈາກການພັດທະນາ ແລະ ສີ່ງທ້າທາຍຕ່າງໆ ເພື່ອຮັບປະກັນໃຫ້ການພັດທະນາມີຄວາມສົມດູນ ລະຫວ່າງ ເສດຖະກິດ, ສັງຄົມ ແລະ ສີ່ງແວດລ້ອມ.
ແນວຄວາມຄິດ (Concept) ດັ່ງກ່າວແມ່ນສອດຄ່ອງກັບແນວທາງການພັດທະນາຂອງ ສປປ ລາວ ກໍ່ຄື ແຂວງໄຊຍະບູລີຂອງພວກເຮົາ ໂດຍ ຖື 3 ຜົນປະໂຫຍດ ຄື: ຄຸນນະພາບຊີວິດດີຂື້ນ, ຮັກສາສະຖຽນລະພາບຂອງການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ແບບຍືນຍົງ ບົນພື້ນຖານການປົກປັກຮັກສາສີ່ງແວດລ້ອມ
1.3. ການແລກປ່ຽນວັດທະນະທຳລະຫວ່າງອາຊຽນ ແລະ ຍີ່ປຸ່ນ (ASEAN-Japan Culture Exchange)

ນອກຈາກ ການຮຽນຮູ້ບົດຮຽນທາງດ້ານວິຊາການ ແລະ ທັກສະຕ່າງໆແລ້ວ ໂຄງການອີແອສ (IATSS) ໄດ້ເປີດໂອກາດໃຫ້ມີການແລກປ່ຽນວັດທະນະທຳ ລະຫວ່າງບັນດາປະເທດອາຊຽນ ແລະ ອາຊຽນ-ຍີ່ປຸ່ນ ເພື່ອຮັດແໜ້ນຄວາມສຳພັນ ແລະ ສ້າງຄວາມເຂົ້າໃຈຊື່ງກັນ ແລະ ກັນ, ເພາະຄວາມເຂົ້າໃຈທາງດ້ານວັດທະນະທຳແມ່ນຈຸດເລີ່ມຕົ້ນ ຂອງການຮ່ວມມື ແລະ ການເຮັດວຽກຮ່ວມກັນ. ນອກຈາກນັ້ນ, ວັດທະນະທຳຍັງໄດ້ສະແດງເຖີງຮາກເຫງົ້າ, ຄວາມເປັນມາ ແລະ ເອກະລັກຂອງຊາດ. ຊື່ງຕົວແທນຈາກ ສປປ ລາວ ເຮົາ ກໍ່ໄດ້ນຳສະເໜີບົດຟ້ອນ ສຽງແຄນລາວ ເພື່ອປະກອບສ່ວນໃນງານແລກປ່ຽນວັດທະນະທຳຄັ້ງນີ້. ຜ່ານການສະແດງ ແລະ ຢ້ຽມຊົມບູດ ຂອງ ສປປ ລາວ ຜູ້ເຂົ້າຮ່ວມງານຫຼາຍທ່ານແມ່ນໃຫ້ຄວາມສົນໃຈຕໍ່ກັບວັດທະນະທຳລາວ ແລະ ໄດ້ສະແດງເຈດຈຳນົງທີ່ຈະເດີນທາງມາທ່ອງທ່ຽວ ປະເທດລາວ ອີກດ້ວຍ.






Comments