ລົງຕິດຕາມກວດກາໂຮງງານຖອດຮີດເຄືອແຮມ ທີ່ເມືອງທົ່ງມີໄຊ
- Khamla Insounanh
- Jun 29, 2019
- 1 min read

ໃນວັນທີ່ 26 ມິຖຸນາ 2019ະແໜງຊັບພະຍາກອນນ້້ຳ ແລະ ອຸຕຸນິຍົມ ໄດ້ສົມທົບກັບ ຂະແໜງສີ່ງແວດລ້ອມ ແລະ ການປ່ຽນແປງດີນຟ້າອາກາດ ເພື່ອລົງຕິດຕາມກວດກາການດຳເນີນກິດຈະການຖອດຮີດເຄືອແຮມ ທີ່ເມືອງທົ່ງມີໄຊ ເພື່ອຮັບປະກັນໃຫ້ການດຳເນີນກິດຈະການດັ່ງກ່າວ ຖຶກຕ້ອງຕາມລະບຽບຫຼັກການ, ບໍ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ໂດຍສະເພາະຊຸມຊົນທີ່ຢູ່ໃກ້ເຂດໂຄງການ. ທີມງານຈາກ ພຊສ ແຂວງໄດ້ລົງເກັບກຳຂໍ້ມູນຄຸນນະພາບນ້ຳ ແລະ ໃຫ້ຄຳແນະນຳໃນການກຳຈັດສີ່ງເສດເຫຼືອຈາກຂະບວການຜະລິດ ເຊັ່ນ: ເສດເຄືອແຮມ, ນ້ຳບຳບັດນ້ຳເປື້ອນຈາກຂະບວນການຜະລິດ, ແລະ ການຈັດເກັບສານເຄມີ.

ນອກຈາກນັ້ນເພື່ອຮັບປະກັນໃຫ້ການຄຸ້ມຄອງສີ່ງແວດລ້ອມຂອງໂຄງການ ໄດ້ຖຶກກວດກາຢ່າງໃກ້ຊິດ ຫຊສ ເມືອງທົ່ງມີໄຊ ຈະໄດ້ລົງຕິດຕາມຊຸກຍູ້ໃນແຕ່ລະເດືອນຢ່າງເປັນປະຈຳ ພອມທັງລາຍງານສະພາບການໃຫ້ກັບ ພຊສ ແຂວງຢ່າງເປັນປົກກະຕິ.





Comments