ລົງຕິດຕາມກວດກາດ້ານສີ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ຂອງໂຮງງານຊີມັງຊານເລີ ເມືອງໄຊຍະບູລີ
- Khamla Insounanh
- Jul 4, 2019
- 1 min read

ໃນວັນທີ 4 ກໍລະກົດ 2019 ຄະນະກຳມະການຕິດຕາມກວດກາດ້ານສີ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ໂດຍມີຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖີ່ນ ເຊັ່ນ: ກົມນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ຕາງໜ້າອຳນາດການປົກຄອງແຂວງ ແລະ ເມືອງໄຊຍະບູລີ, ຂະແໜງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງ ແລະ ເມືອງ, ແລະ ບ້ານທີ່ຕິດກັບຂອບເຂດໂຄງການ. ຊື່ງໄດ້ສົມທົບກັນລົງຕິດຕາມກວດກາສະພາບແວດລ້ອມ ສັງຄົມ ແລະ ທຳມະຊາດ ຂອງໂຄງການ ເພື່ອນຳເອົາຂໍ້ມູນມາປຶກສາຫາລືໃນການປັບປຸງແຜນຄຸ້ມຄອງ ແລະ ຕິດຕາມກວດກາສີ່ງແວດລ້ອມ ຫຼື EMMP ຂອງໂຄງການ.
ທີ່ປະຊຸມໄດ້ສະແດງຄວາມເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ເພື່ອຮັບປະກັນໃຫ້ມີຄວາມສອດຄ່ອງກັບສະພາບຕົວຈິງ ໂດຍສະເພາະ ບັນຫາມົນລະພິດທາງນ້ຳ, ກີ່ນ, ສຽງ ແລະ ຝຸ່ນລະອອງ ທີ່ເກີດຈາກຂະບວນການຜະລິດ ກໍ່ໄດ້ຖຶກຍົກຂື້ນມາປຶກສາຫາລື ເພື່ອຫາມາດຕະການປ້ອງກັນ ແລະ ແກ້ໄຂໃນອານາຄົດ ຮັບປະກັນບໍ່ໃຫ້ສົ່ງຜົນກະທົບຕໍ່ສີ່ງແວດລ້ອມ ແລະ ຊຸມຊົນທີ່ຢູ່ໃກ້ບໍລິເວນໂຄງການ.

ຫຼັງຈາກນັ້ນ, ທີ່ປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ທ່ານ ອໍລະຫັນ ບຸນຍະພາລົມ ຮອງກົມນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ກຊສ ພ້ອມທັງແນະນຳໃຫ້ ທີ່ປຶກສາດ້ານສີ່ງແວດລ້ອມ ຂອງໂຄງການໄດ້ນຳເອົາບັນດາຄຳເຫັນ ແລະ ເນື້ອໃນຈິດໃຈ ຂອງກອງປະຊຸມໄປປັບປຸງແຜນຄຸ້ມຄອງສີ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ໃຫ້ດີຂື້ນ ເພື່ອເປັນພື້ນຖານໃຫ້ແກ່ການ ຕໍ່ໃບຢັ້ງຢືນດ້ານສີ່ງແວດລ້ອມ ໃນຂັ້ນຕໍ່ໄປ.





Comments