top of page

ລົງຊຸກຍູ້ວຽກງານຄຸ້ມຄອງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ໃຫ້ບັນດາເມື່ອງ ທົ່ວແຂວງໄຊຍະບູລີ

  • Writer: Khamla Insounanh
    Khamla Insounanh
  • Jun 20, 2019
  • 1 min read

ລົງຊຸກຍູ້ວຽກງານຄຸ້ມຄອງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມທີ່ເມືອງໄຊຍະບູລີ

ຕະຫຼອດເດືອນ ມິຖຸນາ 2019 ທາງຂະແໜງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ, ພຊສ ແຂວງໄຊຍະບູລີ ແມ່ນຈະໄດ້ລົງຊຸກຍູ້ວຽກງານວິຊາສະເພາະໃຫ້ແກ່ບັນດາເມືອງ ທັງ 11 ເມືອງໃນທົ່ວແຂວງ ເພື່ອແນໃສ່ສ້າງຄວາມເຂົ້າໃຈ ແລະ ນຳເອົາບັນດານິຕິກຳຕ່າງໆທີ່ກ່ຽວກັບຂ້ອງໄປເຜີຍແຜ່ ໂດຍສະເພາະແມ່ນ ກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ສະບັບປັບປຸງ, ຍຸດທະສາດຄຸ້ມຄອງອ່າງຮັບນ້ຳ ແບບເຊື່ອມສານ 10 ປີ (2016-2025), ຂໍ້ຕົກລົງວ້າດວ້ຍການຄຸ້ມຄອງນ້ຳໃຕ້ດິນ, ພາລະບົດບາດແລະ ການແບ່ງຂັ້ນຄຸ້ມຄອງຕ່າງໆ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ສາມາດບັນລຸໄດ້ຕາມຈຸດປະສົງ ແລະ ມີປະສິດທິພາບ.

ດັ່ງທີ່ເຮົາຮູ້ກັນແລ້ວວ່າ, ວຽກງານຄຸ້ມຄອງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ແມ່ນວຽກງານໜື່ງທີ່ມີຄວາມສຳຄັນ ເພາະມັນໄດ້ຕິດພັນກັບການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ແລະ ທຸກຊັ້ນຄົນໃນສັງຄົມ ລວມໄປເຖີງການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການນຳໃຊ້ນ້ຳເພື່ອການກະສິກຳ, ອຸດສາຫະກຳ, ພະລັງງານໄຟຟ້າ, ນ້ຳປະປາ, ການປະມົງ, ແລະ ອື່ນໆ. ໃນທາງກົງກັນຂ້າມ, ນ້ຳເປື້ອນແລະສີ່ງເສດເຫຼືອຈາກຂະບວນການຜະລິດ ໄດ້ຖືກປ່ອຍ ແລະຊະລ້າງ ລົງສູ່ແຫຼ່ງນ້ຳໂດຍປາສະຈາກການບຳບັດ ຊື່ງມັນໄດ້ສ້າງແຮງກົດດັນໃຫ້ກັບລະບົບນິເວດທາງນ້ຳ ເຊັ່ນ: ປູ,ປາ,ແລະ ສີ່ງມີຊີວິດອື່ນໆ. ນອກຈາກນັ້ນ ການປ່ຽນແປງຂອງສະພາບດິນຟ້າອາກາດ ກໍ່ນັບມື້ນັບຮຸນແຮງຂື້ນ ຊື່ງເຮັດໃຫ້ເກີດມີໄພນ້ຳຖ້ວມ,ໄພແຫ້ງແລ້ງ ມັນໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນຢ່າງຫຼວງຫຼາຍໃນແຕ່ລະປີ.

ລົງຊຸກຍູ້ວຽກງານຄຸ້ມຄອງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມທີ່ເມືອງບໍ່ແຕນ

ສະນັ້ນ, ວຽກງານສ້າງຄວາມອາດສາມາດ ແລະ ລົງຊຸກຍູ້ວຽກງານໃຫ້ແກ່ທ້ອງຖີ່ນໂດຍສະເພາະບັນດາເມືອງ ແມ່ນມີຄວາມສຳຄັນຫຼາຍ ເພາະຈະໄດ້ນຳເອົານະໂຍບາຍ, ແນວທາງ, ລະບຽບການ ນຳໄປຈັດຕັ້ງຜັນຂະຫຍາຍລົງສູ່ຮາກຖານ ແນ່ໃສ່ສ້າງຄວາມເຂົ້າໃຈ ແລະ ສ້າງຊຸມຊົນໃຫ້ເປັນເຈົ້າການໃນການປົກປັກຮັກສາສີ່ງແວດລ້ອມໂດຍສະເພາະການຄຸ້ມຄອງນ້ຳ ແລະ ຊັບພະຍາກອນນ້ຳໃຫ້ມີຄວາມຍືນຍົງ ສາມາດຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໄດ້ທັງປະລິມານ ແລະ ຄຸນນະພາບ.



ຂຽນໂດຍ: ຄຳຫຼ້າ ອິນສຸນັນ

 
 
 

Comments


bottom of page