ມອບຮັບໜ້າທີ່ລະຫວ່າງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່
- Khamla Insounanh
- Jul 31, 2019
- 1 min read

ພິທີ ປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຜູ້ເກົ່າ ແລະ ຜູ້ໃໝ່ ໃນວັນທີ 29 ກໍລະກົດ 2019, ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ມອບຮັບຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ສົມລິດ ເປືອກແກ້ວ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີທ່ານ ສົມຈິດ ຈັນທະວົງ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ແລະ ທ່ານ ບູນລັບ ແສງອາພອນ ກຳມະການພັກແຂວງ, ເຈົ້າເມືອງປາກລາຍ ພ້ອມດ້ວຍຄະນະນຳພະແນກ ແລະ ແຂກຖືກເຊີນມາຈາກພາກສ່ວນຂະແໜງການກ່ຽວຂ້ອງຂັ້ນແຂວງ, ຫ້ອງການ ຊສ ເມືອງ ຕະຫຼອດຮອດພະນັກງານ - ລັດຖະກອນພາຍໃນພະແນກເຂົ້າຮ່ວມເປັນສັກຂີພິຍານນໍາ. ໃນພິທີກອງປະຊຸມ ຜູ້ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 839/ຈຂ.ຊຍ, ຂໍ້ຕົກລົງສະບັບເລກທີ 709/ຈຂ.ຊຍ ແລະ ມະຕິຕົກລົງ ສະບັບເລກທີ 379/ຄພຂ ວ່າດ້ວຍການຍົົກຍ້າຍ ແລະ ແຕ່ງຕັ້ງພະນັກງານໂດຍຕົກລົງຍົກຍ້າຍ ທ່ານ ສົມຈິດ ຈັນທະວົງ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ໄປຮັບໜ້າທີ່ໃໝ່ ເປັນເລຂາພັກເມືອງເຈົ້າເມືອງປາກລາຍ ແຂວງໄຊຍະບູລີ ແລະ ໄດ້ແຕ່ງຕັ້ງ ທ່ານ ບຸນລັບ ແສງອາພອນ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງປາກລາຍ ຂຶ້ນເປັນຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຜູ້ໃໝ່, ໂດຍໄດ້ມີການເຊັນບົດບັນທຶກມອບຮັບໜ້າທີ ລະຫວ່າງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີຜູ້ເກົ່າ ແລະ ຜູ້ໃໝ່.

ໃນພິທີອັນມີຄວາມໝາຍຄວາມສຳຄັນນີ້, ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ແລະ ປະທານສະພາປະຊາຊົນແຂວງໄຊຍະບູລີ ໄດ້ມີຄຳເຫັນໂອ້ລົມ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານດີເດັ່ນ,ເຮັດສຳເລັດໜ້າທີ່ການເມືອງຂອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີຜູ້ເກົ່າ ແລະ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີຜູ້ໃໝ່ ຈົ່ງສືບຕໍ່ປະຕິບັດຫນ້າທີ່ການເມືອງ ແລະ ຍົກສູງຄວາມຮັບຜິດ ຊອບຂອງຕົນຕາມທີ່ພັກ-ລັດມອບຫມາຍ ໃຫ້ໄດ້ຮັບຜົນດີ ໂດຍສະເພາະແມ່ນການຍົກສູງຄວາມຮັບ ຜິດຊອບໃນການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເວົ້າລວມເວົ້າສະເພາະແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິວັດວຽກງານຂອງຂະແຫນງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມທີ່ວາງໄວ້, ສືບຕໍ່ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ພະນັກງານ, ສ້າງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ໂອກາດດຽວກັນ ທ່ານ ບຸນລັບ ແສງອາພອນ ໄດ້ຂື້ນກ່າວຮັບຄຳໂອວາດ ເຊີ່ງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄວາມຂອບໃຈຕໍ່ການນຳພັກ-ລັດ ແລະ ພະນັກງານທົ່ວພະແນກທີ່ໄດ້ໃຫ້ການສະຫນັບສະຫນູນ, ໃຫ້ໂອກາດໃນການຮຽນຮູ້, ຝືກຝົນຫຼໍ່ຫລອມຕົນເອງ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານດ້ວຍດີສະເຫມີມາ, ຄຽງຄູ່ກັນນັ້ນກໍຈະສືບທຸ້ມເທສຸມສະຕິປັນຍາຄວາມຮູ້ຄວາມສາມາດເຫຼື່ອແຮງຂອງຕົນເຂົ້າໃສ່ໃນການເສີມຂະຫຍາຍມູນເຊື້ອອັນດີງາມ ຂອງພະແນກກໍຄືການປະຕິບັດຫນ້າທີ່ວຽກງານທາງດ້ານການເມືອງ-ແນວຄິດ ແລະ ວຽກງານວິຊາສະເພາະທີ່ຂັ້ນເທິງໄດ້ມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດເປັນກ້າວໆ.

ແຫຼູ່ງຂໍ້ມູນ: ເພຈ໌ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງໄຊຍະບູລີ





Comments