top of page

ປະລິມານນ້ຳຝົນແຂວງໄຊຍະບູລີ ໃນ 6 ເດືອນຕົ້ນປີ ຕ່ຳສຸດໃນຮອບ 14 ປີ

  • Writer: Khamla Insounanh
    Khamla Insounanh
  • Jul 10, 2019
  • 1 min read

ອີງຕາມຂໍ້ມູນປະລິມານນ້ຳຝົນ ແຕ່ປີ 1971 ຫາ 2019 ແຂວງໄຊຍະບູລີ ມີປະລິມານນ້ຳຝົນສະເລ່ຍ 1350 ມມ ຕໍ່ປີ, ປະລິມານນ້ຳຝົນສູງສຸດ ແມ່ນເກີດຂື້ນໃນປີ 1980 ຊື່ງສູງເຖີງ 1823.5 ມມ ແລະ ຕ່ຳສຸດ ໃນປີ 1976 ຄືມີພຽງ 944.2 ມມ. ສຳລັບປີ 2019 ປະລິມານນ້ຳຝົນ 6 ເດືອນຕົ້ນປີແມ່ນມີ 364.7 ມມ ຊື່ງຫຼຸດຄ່າສະເລ່ຍຂອງປະລິມານນ້ຳຝົນ 6 ເດືອນຕົ້ນປີ ຄື 518.8 ມມ ຫຼື ສາມາດເວົ້າໄດ້ວ່າປະລິມານນ້ຳຝົນຕ່ຳສຸດໃນຮອບ 14 ປີ.


ແຂວງໄຊຍະບູລີ ມີອຸນຫະພູມສະເລ່ຍ 25.5 ອົງສາເຊ, ອຸນຫະພູມສະເລ່ຍສູງສຸດ 30.6 ອົງສາເຊ ແລະ ສະເລ່ຍຕ່ຳສຸດ 20.3 ອົງສາເຊ. ສຳລັບປີ 2019 ອຸນຫະພູມສະເລ່ຍ 6 ເດືອນຕົ້ນປີແມ່ນ 27.4 ອົງສາເຊ.



ເນື່ອງຈາກຝົນທີ່ຂາດຊ່ວງ ແລະ ຕົກໃນປະລິມານໜ້ອຍເຮັດໃຫ້ແມ່ນ້ຳຫຼາຍສາຍມີລະດັບຕ່ຳກວ່າລະດັບຄ່າສະເລ່ຍ. ອີງຕາມຂໍ້ມູນລະດັບນ້ຳ ແຕ່ປີ 2010 ຫາ 2018 ນ້ຳຮຸ່ງ ມີລະດັບສະເລ່ຍ 0.44 ແມັດ, ສະເລ່ຍສູງສຸດ 0.84 ແມັດ ໃນປີ 2010 ແລະ ລະດັບຕຳ່ສຸດ ແມ່ນ 0.18 ແມັດ ໃນປີ 2015. ສຳລັບປີ 2019 ຂໍ້ມູນ 6 ເດືອນຕົ້ນປີ ລະດັບນ້ຳຮຸ່ງແມ່ນ -0.043 ແມັດ ຊື່ງຕ່ຳກວ່າຄ່າສະເລ່ຍ ທີ່ຢູ່ໃນລະດັບ 0.22 ແມັດ.



ໂດຍ: ຄຳຫຼ້າ ອິນສຸນັນ, ຂະແໜງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ, ພຊສ ແຂວງໄຊຍະບູລີ

 
 
 

Comments


bottom of page