ກອງປະຊຸມປືກສາຫາລືກ່ຽວກັບການສົ່ງເສີມບົດບາດຍີງ-ຊາຍ ໃນການຄຸ້ມຄອງຊັບພະຍາກອນນ້ຳ ແບບປະສົມປະສານ
- Khamla Insounanh
- Jul 25, 2019
- 1 min read

ໃນວັນທີ່ 24-25 ກໍລະກົດ 2019, ກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ, ກຊສ ໄດ້ ຈັດກອງປະຊຸມປືກສາຫາລືກ່ຽວກັບການສົ່ງເສີມບົດບາດຍິງ-ຊາຍ ໃນການຄຸ້ມຄອງຊັບພະຍາກອນນ້ຳ ແບບປະສົມປະສານ ໃນອ່າງຮັບນ້ຳຂອງ ຊື່ງໄດ້ຈັດຂື້ນທີ່ ນະຄອນຫຼວງພະບາງ ພາຍໃຕ້ການເປັນປະທານ ຂອງທ່ານ ຈັນທະເນດ ບົວລະພາ ຫົວໜ້າກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດໂດຍມີຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ທີມງານຈາກ ກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ, ຂະແໜງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ 8 ແຂວງພາກເໜືອ, ສະຫະພັນແມ່ຍີງ, ແລະ ຊ່ຽວຊານເອກະລາດ. ກອງປະຊຸມໄດ້ປືກສາຫາລືກັນຢ່າງກົງໄປກົງ ແລະ ມີບັນຍາກາດທີ່ດີ ຊື່ງໄດ້ເລັ່ງໃສ່ໜ້າວຽກທີ່ສຳຄັນດັ່ງລຸ່ມນີ້:
1. ຍົກໃຫ້ເຫັນເຖີງກອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໂດຍສະເພາະການຄຸ້ມຄອງຊັບພະຍາກອນນ້ຳ ກັບ ສປ ຈີນ
2. ນຳສະເໜີກ່ຽວກັບສັນຍາ ແມ່ນ້ຳຂອງ 1995 ແລະ ການຮ່ວມມືກັບບັນດາປະເທດລຸ່ມແມ່ນ້ຳຂອງ ເຊັ່ນ: ລາວ, ໄທ, ຫວຽດນາມ ແລະ ກຳປູເຈຍ
3. ກອງປະຊຸມໄດ້ຮັບຮູ້ເຖີງຄວາມສຳຄັນ ແລະການເຊື່ອມສານບົດງານຍີງຊາຍ ເຂົາໃນວຽກງານຄຸ້ມຄອງຊັບພະຍາກອນນ້ຳ ແລະ ຊັບພະຍາກອນອື່ນໆ ທີ່ກ່ຽວຂ້ອງ
4. ໄດ້ຮັບຮູ້ເຖີງການເຂົ້າເຖີງແຫຼ່ງທືນພິເສດ ພາຍໃຕ້ກອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນການຈັດຕັ້ງປະວຽກງານຄຸ້ມຄອງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ

ກອງປະຊຸມໄດ້ປິດລົງໃນເວລາ 4:00 ຂອງວັນທີ 25 ກໍລະກົດ2019 ດ້ວຍຜົນສຳເລັດອັນຈົບງາມ.





Comments